5 ຊ່ອງ YouTube ຕ່າງປະເທດທີ່ນັກສະຖາປະນິກ ແລະ ຕົກແຕ່ງພາຍໃນຄວນກົດຕິດຕາມ.
ໃນສະຖານະການໂຄວິດເຊັ່ນນີ້ ເຊື່ອວ່າທຸກຄົນຄົງຢູ່ເຮືອນ ຮຽນອອນໄລ ຫຼື ເຮັດວຽກຢູ່ເຮືອນ ແລະ ອາດໄດ້ໃຊ້ເວລາວ່າງຈະການຮຽນອອນໄລ, ການເຮັດວຽກມາເບິ່ງ YouTube ແກ້ເບື່ອກັນຢູ່ແລ້ວ. ສະນັ້ນ ທາງເພຈພວກເຮົາຈຶ່ງໄດ້ສັນຫາຊ່ອງ YouTube ຕ່າງປະເທດທີ່ໃຫ້ຄວາມຮູ້ດ້ານສະຖາປັດຕະຍະກຳ ແລະ ການອອກແບບ ມານຳເໜີໃຊ້ນ້ອງໆໄດ້ເຂົ້າໄປຫາຄວາມຮູ້ເພີ່ມເຕີມເພື່ອເສີມທັດສະດ້ານການອອກແບບ ແລະ ຍັງໄດ້ຝຶກຄຳສັບພາສາອັງກິດທີ່ກ່ຽວຂ້ອງກັບດ້ານສະຖາປັດຕະຍະກຳເອົາໄວ້ໃຊ້ໃນການຮຽນ ຫຼື ການເຮັດວຽກອີກດ້ວຍ. 1. Architectural Digest ເປັນຊ່ອງທີ່ພາທຸກຄົນໄປທ່ຽວຊົມເຮືອນຂອງຄົນດັງລະດັບ Hollywood ເພື່ອເຮັດໃຫ້ເຮົາໄດ້ເຫັນມຸມມອງການຕົກແຕ່ງເຮືອນຂອງຄົນດັງບໍ່ວ່າຈະເປັນການຕົກແຕ່ງພາຍນອກອາຄານ ຫຼື ພາຍໃນອາຄານ. ຮັບຊົມຄຣິບທີ່ນີ້ 2. ArchDaily ເປັນຊ່ອງທີ່ລວບລວມເອົາບົດສຳພາດຂອງສະຖາປະນິກລະດັບໂລກ ແລະ ລາຍງານກ່ຽວກັບບັນດາໂຄງການກໍ່ສ້າງສຳຄັນທົ່ວໂລກ. ຮັບຊົມຄຣິບທີ່ນີ້ 3. Themodmin ເປັນຊ່ອງທີ່ເໝາ...