5 ຊ່ອງ YouTube ຕ່າງປະເທດທີ່ນັກສະຖາປະນິກ ແລະ ຕົກແຕ່ງພາຍໃນຄວນກົດຕິດຕາມ.


         ໃນສະຖານະການໂຄວິດເຊັ່ນນີ້ ເຊື່ອວ່າທຸກຄົນຄົງຢູ່ເຮືອນ ຮຽນອອນໄລ ຫຼື ເຮັດວຽກຢູ່ເຮືອນ ແລະ ອາດໄດ້ໃຊ້ເວລາວ່າງຈະການຮຽນອອນໄລ, ການເຮັດວຽກມາເບິ່ງ  YouTube ແກ້ເບື່ອກັນຢູ່ແລ້ວ.

         ສະນັ້ນ ທາງເພຈພວກເຮົາຈຶ່ງໄດ້ສັນຫາຊ່ອງ YouTube ຕ່າງປະເທດທີ່ໃຫ້ຄວາມຮູ້ດ້ານສະຖາປັດຕະຍະກຳ ແລະ ການອອກແບບ ມານຳເໜີໃຊ້ນ້ອງໆໄດ້ເຂົ້າໄປຫາຄວາມຮູ້ເພີ່ມເຕີມເພື່ອເສີມທັດສະດ້ານການອອກແບບ ແລະ ຍັງໄດ້ຝຶກຄຳສັບພາສາອັງກິດທີ່ກ່ຽວຂ້ອງກັບດ້ານສະຖາປັດຕະຍະກຳເອົາໄວ້ໃຊ້ໃນການຮຽນ ຫຼື ການເຮັດວຽກອີກດ້ວຍ.

1. Architectural Digest


         ເປັນຊ່ອງທີ່ພາທຸກຄົນໄປທ່ຽວຊົມເຮືອນຂອງຄົນດັງລະດັບ Hollywood ເພື່ອເຮັດໃຫ້ເຮົາໄດ້ເຫັນມຸມມອງການຕົກແຕ່ງເຮືອນຂອງຄົນດັງບໍ່ວ່າຈະເປັນການຕົກແຕ່ງພາຍນອກອາຄານ ຫຼື ພາຍໃນອາຄານ.

ຮັບຊົມຄຣິບທີ່ນີ້

2. ArchDaily


         ເປັນຊ່ອງທີ່ລວບລວມເອົາບົດສຳພາດຂອງສະຖາປະນິກລະດັບໂລກ ແລະ ລາຍງານກ່ຽວກັບບັນດາໂຄງການກໍ່ສ້າງສຳຄັນທົ່ວໂລກ.

ຮັບຊົມຄຣິບທີ່ນີ້

3. Themodmin


         ເປັນຊ່ອງທີ່ເໝາະສຳລັບການພັດທະນາທັດສະໃນການແຕ້ມແບບດ້ວຍມື ໂດຍມີເທັດນິດຕ່າງໆມາໃຫ້ເຮົາໄດ້ຮຽນຮູ້ບໍ່ວ່າຈະເປັນເທັດນິກການລົງນໍ້າໜັກເສັ້ນ, ການແຕ້ມແບບໃຫ້ມີມິຕິ, ການລົງແສງເງົາ, ການແຕ້ມຄົນ, ຕົ້ນໄມ້ ແລະ ການລະບາຍສີໃສ່ລາຍລະອຽດຕ່າງໆ.

ຮັບຊົມຄຣິບທີ່ນີ້

4. The Local Project


         ເປັນຊ່ອງທີ່ນຳສະເໜີການອອກແບບຂອງນັກສະຖາປະນິກໜ້າໃໝ່ໄປຈົນຮອດບໍລິສັດອອກແບບຂະໜາດໃຫຍ່ ໂດຍແນ້ນການເອົາຜູ້ຢູ່ອາໄສມາເປັນຈຸດສຸມໃນການອອກແບບ.

ຮັບຊົມຄຣິບທີ່ນີ້

5. Photoshop.Architect


         ປິດທ້າຍດ້ວຍ ຊ່ອງທີ່ໃຫ້ຄວາມຮູ້ເທັດນິດການແລນເດີຮູບ, ການຕົກແຕ່ງອາຄານ, ແຜນຜັງ, ການລົງເງົາ, ການຈັດແສງກາງເວັນ ກາງຄືນ ໂດຍໃຊ້ Adobe photoshop. 

ຮັບຊົມຄຣິບທີ່ນີ້

            ນອກຈາກ ບັນດາຊ່ອງ Youtube ທີ່ແນະນຳມາດ້ານເທິງນີ້ແລ້ວຍັງມີອີກຫຼາຍຊ່ອງດີດີ ສະນັ້ນ ໄວ້ໂອກາດໜ້າເຮົາຈະມານຳສະເໜີລາຍການ ຫຼື ຊ່ອງ Youtube ດີດີແບບນີ້ໃຫ້ອີກ ໂປຣດຕິດຕາມຕອນຕໍ່ໄປ.

ความคิดเห็น

โพสต์ยอดนิยมจากบล็อกนี้

ລວມ web ປື້ມ 5 ຫົວທີ່ກ່ຽວຂ້ອງກັບສະຖາປັດຕະຍາກຳ.